ϲʿֱֳ

Story 02 Nov, 2021

ປະກາດຮັບສະໝັກສະມາຊິກຂອງກຸ່ມຊ່ຽວຊານປະເມີນຜົນພື້ນທີ່ບັນຊີສີຂຽວຂອງອົງການສາກົນເພື່ອການອະນຸລັກທຳມະຊາດ (EAGL) ປະຈຳ ສປປ ລາວ

ແຜນງານບັນຊີສີຂຽວສຳລັບເຂດຄຸ້ມຄອງ ແລະ ເຂດສະຫງວນ (ຫຼື ເອີ້ນຫຍໍ້ວ່າ Green List ) ໄດ້ລິເລີ່ມຢ່າງເປັນທາງການໃນປີ 2014 ຢູ່ກອງປະຊຸມລະດັບໂລກກ່ຽວກັບອຸທິຍານ ເພື່ອໃຫ້ການຮັບຮູ້ ແລະ ສົ່ງເສີມບັນດາເຂດຄຸ້ມຄອງ ແລະ ເຂດສະຫງວນທີ່ປະສົບຜົນສຳເລັດໃນທົ່ວໂລກ. ຈຸດປະສົງຫຼັກຂອງ Green List ແມ່ນເພື່ອຊຸກຍູ້ ເຂດຄຸ້ມຄອງ ແລະ ເຂດສະຫງວນ ແຫ່ງຕ່າງໆໃຫ້ເຮັດການປະເມີນ, ປັບປຸງ ແລະ ຮັກສາໝາກຜົນການປະຕິບັດງານຂອງຕົນເອງໂດຍຜ່ານບັນທັດຖານທີ່ເປັນເອກະພາບກັນໃນທົ່ວໂລກ ໃນດ້ານການບໍລິຫານທີ່ດີ, ມີການອອກແບບ ແລະ ວາງແຜນທີ່ດີ, ມີການຄຸ້ມຄອງທີ່ມີປະສິດທິພາບ ແລະ ມີຜົນໄດ້ຮັບຂອງການຄຸ້ມຄອງທີ່ປະສົບຜົນສຳເລັດ. ກະລຸນາເຂົາເບິ່ງລາຍລະອຽດເພີ່ມເຕີມໃນລິ້ງຕໍ່ໄປນີ້ www.iucngreenlist.org

ກຸ່ມຊ່ຽວຊານປະເມີນວຽກພື້ນທີ່ສີຂຽວ (EAGL) ຖືເປັນໝາກຫົວໃຈຂອງການຈັດຕັ້ງປະຕິບັດ ວຽກພື້ນທີ່ສີຂຽວ ແລະ ໄດ້ຮັບການສ້າງຕັ້ງຂຶ້ນຢູ່ໃນທຸກປະເທດທີ່ເຂົ້າຮ່ວມໃນແຜນງານບັນຊີສີຂຽວ. EAGL ເປັນຜູ້ດັດປັບມາດຕະຖານບັນຊີສີຂຽວລະດັບໂລກໃຫ້ສອດຄ່ອງກັບສະພາບ ແລະ ເງື່ອນໄຂຕົວຈິງຂອງແຕ່ລະປະເທດ ພ້ອມທັງເປັນຜູ້ປະເມີນ ເຂດຄຸ້ມຄອງ ແລະ ເຂດສະຫງວນທັງໝົດທີ່ສະເໜີຊື່ເຂົ້າໃນບັນຊີພື້ນທີ່ສີຂຽວ.

ປະຈຸບັນພວກເຮົາກຳລັງຊອກຫາບຸກຄົນຜູ້ທີ່ມີຄວາມສົນໃຈເຂົ້າຮ່ວມເປັນສະມາຊິກກຸ່ມ EAGL ຢູ່ ສປປ ລາວ. ຜົນຕອບຮັບຈາກການເຂົ້າຮ່ວມເປັນສະມາຊິກລວມມີ ການຍົກສູງປະສິດທິພາບໃນການຄຸ້ມຄອງເຂດສະຫງວນ ແລະ ການບໍລິຫານເຂດສະຫງວນຢ່າງມີຄວາມເປັນທຳ, ຈະໄດ້ເປັນສະມາຊິກຂອງຄະນະກຳມາທິການດ້ານເຂດສະຫງວນໂລກ (ϲʿֱֳ World Commission on Protected Areas), ແລະ ໂອກາດທີ່ຈະໄດ້ເປັນສ່ວນໜຶ່ງຂອງປະຊາຄົມນັກປະຕິບັດ ແລະ ຜູ້ມີສ່ວນຮ່ວມໃນວຽກບັນຊີສີຂຽວລະດັບໂລກເຊິ່ງມີຢູ່ໃນຫຼາຍກວ່າ 30 ປະເທດທົ່ວໂລກໃນປະຈຸບັນ. ສິ່ງທີ່ສຳຄັນແມ່ນຕ້ອງເຂົ້າໃຈວ່າສະມາຊິກຂອງ EAGL ແມ່ນຈະເຮັດວຽກບົນພື້ນຖານຄວາມສະໝັກໃຈ ຕາມຄວາມສາມາດ ແລະ ຕາມຄວາມຊຳນິຊຳນານຂອງຕົນ ໂດຍບໍ່ໄດ້ເຮັດວຽກໃນນາມຜູ້ຕາງໜ້າຂອງພາກສ່ວນໃດໆ.

ບັນດາທ່ານທີ່່ສົນໃຈ ກະລຸນາຍື່ນໃບສະໝັກຂອງທ່ານບໍ່ໃຫ້ກາຍວັນທີ 01-12-2021 ຕາມລິ້ງຕໍ່ໄປນີ້ .

ລິ້ງຂ້າງ໶ທິງນັ້Ȩະກອບຶϻວຍແບບອມທີ່ຕ້ອງໄຶϻປະກອບດັ່ງຕໍ່ໄປȨ້:

  1. ໃບຢັ້ງຢືນປະສົບການໃນການເຮັດວຽກ ຂຽນໃສ່ຕາຕະລາງທີ່ກຳນົດໄວ້
  2. ໃບປະ໶ມີȨີດຄວາມສາມາຶϺອງຕົȨອງ.
  3. ຂໍ້ຄວາມສັ້ນໆທີ່ໃຫ້ເຫດຜົນວ່າຍ້ອນຫຍັງທ່ານຈຶ່ງສົນໃຈເຂົ້າຮ່ວມເປັນສະມາຊິກ EAGL.
  4. ຊີວະປະຫວັດສະບັບປະຈຸບັນ (ຖ້າເປັນໄປໄດ້ກະລຸນາຂຽນເປັນພາສາອັງກິດ)
  5. ແຈ້ງກ່ຽວກັບຜົນປະໂຫຍຕ່າງໆຂອງທ່ານ ເພື່ອເປັນການຈັດການຜົນປະໂຫຍດທັບຊ້ອນທີ່ອາດເກີດຂຶ້ນ
  6. ການຢືນຢັນຄຳໝັ້ນສັນຍາຂອງທ່ານທີ່ຈະສະລະເວລາ 10 ວັນ/ປີ (0,8 ມື້/ເດືອນ) ເພື່ອຈະປະກອບສ່ວນເຂົ້າໃນວຽກຂອງ EAGL ພາຍໃນໄລຍະເວລາຢ່າງໜ້ອຍ 2 ປີ ໂດຍຈະມີອັດຕາການເດີນທາງ ແລະ ຄ່າໃຊ້ຈ່າຍໃນການຂົນສົ່ງໃຫ້

ເອກະສານຊ້ອນທ້າຍຂ້າງລຸ່ມນີ້ປະກອບມີຮ່າງໃບສະໝັກ ແລະ ມາດຖານຄວາມສາມາດ ເພື່ອເປັນຂໍ້ມູນສຳລັບທ່ານ (ຫຼື ຖ້າບໍ່ສາມາດເຂົ້າຫາຮ່າງໃບສະໝັກທາງອອນລາຍໄດ້, ທ່ານສາມາດໃຊ້ເອກະສານຊ້ອນທ້າຍນີ້ແທນໄດ້).

ສຳລັບທ່ານທີ່ສົນໃຈຢາກຊອກຮູ້ເພີ່ມເຕີມກ່ຽວກັບບັນຊີສີຂຽວຂອງ ϲʿֱֳ ກໍ່ຄືຜົນຕອບຮັບທີ່ຈະມີຕໍ່ພື້ນທີ່ ແລະ ສະມາຊິກຂອງ EAGL ຂໍເຊີນເຂົ້າຮ່ວມກອງປະຊຸມສຳມະນາແບບອອນລາຍທີ່ອົງການ ϲʿֱֳ ແລະ ກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ຈະໄດ້ຮ່ວມກັນຈັດຂຶ້ນໃນວັນທີ 15-11-2021 ກະລຸນາລົງທະບຽນຜ່ານອີເມວຕໍ່ໄປນີ້: [email protected] ຫຼື [email protected].  

ຄະນະກຳມາທິການດ້ານເຂດສະຫງວນໂລກ (WCPA), ກົມປ່າໄມ້ ແລະ ອົງການກວດສອບເອກະລາດຈະຮ່ວມກັນປະເມີນຜູ້ສະໝັກທັງໝົດ ແລະ ຄັດເລືອກເອົາບຸກຄົນ 5-15 ທ່ານ ເພື່ອມາສ້າງເປັນ EAGL. ສະມາຊິກທຸກທ່ານທີ່ໄດ້ຮັບການແຕ່ງຕັ້ງຈະຕ້ອງໄດ້ລົງລາຍເຊັນໃນໜັງສືຢັ້ງຢືນການເຂົ້າຮ່ວມ (ເບິ່ງຢູ່ຂ້າງລຸ່ມ). ຜູ້ສະໝັກທຸກທ່ານຈະມີໂອກາດໄດ້ເຮັດວຽກຮ່ວມກັບ WCPA ໃນຖານະສະມາກຊິກ ຕາບໃດທີ່ຕົນເອງມີມາດຖານທີ່ສອດຄ່ອງກັບມາດຖານການເປັນສະມາຊິກຂອງ WCPA.

ຖ້າຫາກທ່ານຢາກຊອກຮູ້ເພີ່ມເຕີມກ່ຽວກັບບັນຊີສີຂຽວຂອງ ϲʿֱֳ ຫຼື ມີຄຳຖາມອື່ນໆ ກະລຸນາພົວພັນກັບຈຸດປະສານງານຂອງພວກເຮົາໄດ້ຕາມຊ່ອງທາງຂ້າງລຸ່ມນີ້